ສຶກສາ-ກິລາ ນວ ເປີດກອງປະຊຸມ ກະກຽມຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນກິລາ ນັກຮຽນສາມັນສຶກສາ ທົ່ວປະເທດ ທີ່ແຂວງສາລະວັນ

456475871 840201804918213 4807030714744536335 n
 
     
456563676 840202001584860 7137042809726656071 n456620875 840201924918201 2880318323650445386 n
 
       
 
 
 
 
 
 
 
 
 
 
 
 
 
 
 
       ກອງປະຊຸມໄດ້ຈັດຂື້ນວັນທີ 20 ສິງຫາ ທີ່ຜ່ານມາຢູ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງ, ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະຫະພັນ 12 ປະເພດກິລາ, ອະນຸກຳມະການທີກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.
       ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສອນດາລາ ໄດ້ກ່າວໃຫ້ຮູ້ວ່າ: ມາຮອດປະຈຸບັນແມ່ນໄດ້ສຳເລັດການຂື້ນທະບຽນຕົວເລກຄະນະຮັບຜິດຊອບ, ຕົວເລກນັກກິລາ 12 ປະເພດຕາມແບບຟອມທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໃຫ້ໄດ້ສຳເລັດຄື: ຄະນະຮັບຜິດຊອບລວມ 70 ທ່ານ, ກິລາແລ່ນ-ລານ ຄູຝຶກ 10 ທ່ານ, ນັກກິລາ ( ຍິງ-ຊາຍ ) 40 ນ້ອງ, ກິລາເຕະບານ ຍິງ-ຊາຍ ຄູຝຶກ 8 ທ່ານ, ນັກກິລາ (ຍິງ-ຊາຍ) 40 ນ້ອງ, ກິລາບານສົ່ງ ( ຍິງ-ຊາຍ ) ຄູຝຶກ 6 ທ່ານ, ນັກກິລາ ຍິງ-ຊາຍ 28 ນ້ອງ, ກິລາກະຕໍ້ ຄູຝຶກ 4 ທ່ານ, ນັກກິລາ ( ຍິງ-ຊາຍ ) 18 ນ້ອງ, ກິລາບານບ້ວງ ຄູຝຶກ 4 ທ່ານ, ນັກກິລາ ( ຍິງ-ຊາຍ ) 24 ນ້ອງ, ກິລາເປຕັງ ຄູຝຶກ 3 ທ່ານ, ນັກກິລາ ( ຍິງ-ຊາຍ ) 12 ນ້ອງ, ກິລາເທກຄັວນໂດ້ ( ຄູຝຶກ 3 ທ່ານ , ນັກກິລາ ( ຍິງ-ຊາຍ ) 26 ນ້ອງ, ກິລາປິ່ງປ່ອງ ຄູຝຶກ 2 ທ່ານ, ນັກກິລາ ( ຍິງ-ຊາຍ ) 12 ນ້ອງ, ກິລາດອກປີກໄກ່ ຄູຝຶກ 2 ທ່ານ, ນັກກິລາ( ຍິງ-ຊາຍ ) 14 ນ້ອງ, ກິລາໜ້າເກັກ ຄູຝຶກ 2 ທ່ານ, ນັກກິລາ ( ຍິງ-ຊາຍ ) 8 ນ້ອງ, ກິລາໝາກເສີກ ຄູຝຶກ 2 ທ່ານ, ນັກກິລາ ( ຍິງ-ຊາຍ ) 12 ນ້ອງ, ກິລາໝາກແລ ຄູຝຶກ 3 ທ່ານ, ນັກກິລາ ( ຍິງ-ຊາຍ ) 9 ນ້ອງ, ລວມເຂົ້າຮ່ວມທັງໝົດ 363 ທ່ານ.
       ສຳລັບການກຳນົດສະຖານທີ່ຝຶກຊ້ອມ ແລະ ເຂົ້າສູນຂອງ 12 ປະເພດກິລາຄື: ກິລາແລ່ນ-ລານ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນພອນສະຫັວນກິລາ, ເຂົ້າສູນກິລາບຶງຂະຫຍອງ , ກິລາເຕະບານ ຍິງ-ຊາຍ ຝຶກຊ້ອມຢູ່ໂຮງຮຽນວິທະຍາໄລພະລະ ພ້ອມທັງເຂົ້າສູນ, ກິລາບານສົ່ງ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນ ມສ ວຽງຈັນ ພ້ອມທັງເຂົ້າສູນ, ກິລາກະຕໍ້ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນ ມປ ວຽງຈັນ-ໂຮ່ຈິມິນ ພ້ອມທັງເຂົ້າສູນ, ກິລາບານບ້ວງ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນ ມສ ກຽດຕິສັກນານາຊາດພ້ອມທັງເຂົ້າສູນ, ກິລາເປຕັງ ( ຍິງ-ຊາຍ ) ຝຶກຊ້ອມສູນກິລາບືງຂະຫຍອງພ້ອມທັງເຂົ້າສູນ, ກິລາເທກຄັວນໂດ້ ( ຍິງ-ຊາຍ) ຝຶກຊ້ອມສູນ ມະຫາວິທະຍາໄລແຫ່ງຊາດພ້ອມເຂົ້າສູນ, , ກິລາປິ່ງປ່ອງ ( ຍິງ-ຊາຍ ) ຝຶກຊ້ອມສູນການຄ້າ ວຽງຈັນເຊັນເຕີ ເຂົ້າສູນບຶງຂະຫຍອງ, , ກິລາດອກປີກໄກ່ ( ຍິງ-ຊາຍ ) ຝຶກຊ້ອມຢູ່ສະໂມສອນດອກປີກໄກ່ KT Sport ພ້ອມທັງເຂົ້າສູນ, , ກິລາໜ້າເກັກ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນ ມສ ໂພນງາມພ້ອມເຂົ້າສູນ, , ກິລາໝາກເສີກ ( ຍິງ-ຊາຍ ) ຝຶກຊ້ອມຢູ່ໂຮງຮຽນ ມສ ໂພນເຈົ້າອານຸວົງ ພ້ອມເຂົ້າສູນ, ກິລາໝາກແລ ( ຍິງ-ຊາຍ ) ເດີ່ນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມເຂົ້າສູນ ໂດຍຄາດການໃຊ້ງົບປະມານທັງໝົດ 3 ຕື້ປາຍກີບ. ສຳລັບແຜນໃນຕໍ່ໜ້າແມ່ນໄດ້ຕິດຕາມແຕ່ລະເດືອນ ນັບແຕ່ເດືອນ 9 ຫາເດືອນ 12 ພ້ອມທັງລົງຕິດຕາມກວດກາສະຖານທີຝຶກຊ້ອມກິລາ 12 ປະເພດ, ຈັດຕັ້ງການຄັດເລືອກນັກກິລາຮ່ວມກັບສະຫະພັນ 12 ປະເພດ, ລົງທະບຽນຄູຝຶກ ແລະ ນັກກິລາ, ຍົກຍ້າຍບ່ອນຮຽນຂອງນັກກິລາເມືອງນອກ, ຝຶກຊ້ອມແຕ່ລະໄລຍະ, ຮັບຟັງການໂອລົມຈາກການນຳນະຄອນຫຼວງພ້ອມທັງນຳສົ່ງຄະນະກຳມະການ, ຄູຝຶກ ແລະ ທັບນັກກິລາ ລົງສູ່ແຂວງສາລະວັນແຕ່ລະຊຸດ.