ກອງປະຊຸມຝຶກອົບຮົມການນຳໃຊ້ຫຼັກສູດ ແລະ ປື້ມຄູ່ມືການຈັດການຮຽນການສອນ ຊັ້ນອະນຸບານ 1-3 ໃຫ້ແກ່ຄູສອນ ພາກເອກະຊົນ ທົ່ວນະຄອນຫຼວງວຽງຈັນ.

457461557 846207450984315 1031584449531825252 n

 

       ກອງປະຊຸມຝຶກອົບຮົມການນຳໃຊ້ຫຼັກສູດ ແລະ ປື້ມຄູ່ມືການຈັດການຮຽນການສອນ ຊັ້ນອະນຸບານ 1-3 ໃຫ້ແກ່ຄູສອນ ພາກເອກະຊົນ ທົ່ວນະຄອນຫຼວງວຽງຈັນ, ພິທີດັ່ງກ່າວໄດ້ຈັດຂື້ນໃນ ວັນທີ 26-30 ສິງຫາ ຜ່ານມາທີ່ ຫ້ອງປະຊຸມສູນພັດທະນາເດັກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນ ມິດຕະພາບ ນະຄອນຫຼວງວຽງຈັນ -ນະຄອນໂຮ່ຈິມີ່ນ , ເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ຂັນໄຊ ແສງສຸລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ບຸນຕີ ສິດທິໂນນທອງ ປະທານ ສະມາຄົມໂຮງຮຽນ ພາກເອກະຊົນ, ມີຫົວໜ້າຂະແໜງທີ່ກ່ຽວຂ້ອງ, ຮອງຂະແໜງ, ພະນັກງານວິຊາການ, ນັກວີທະຍາກອນ, ແລະ ນັກສຳມະນາກອນຈຳນວນ 196 ຄົນ, ຍິງ 193 ຄົນເຂົ້າຮ່ວມ.
 
457488614 846207434317650 75997475402065427 n
 
       ໃນໂອກາດດັ່ງກ່າວ, ທ່ານ ນາງ ໄພເລາະ ສັງທອງ ຫົວໜ້າຂະແໜງສຶກສາກ່ອນໄວຮຽນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການເຝິກອົບຮົມເພື່ອແນໃສ່ການຮຽນການສອນນຳໃຊ້ຫຼັກສູດ, ປື້ມຄູ່ມື, ກົດໝາຍການສຶກສາສະບັບປັບປຸງ ແລະ ນິຕິກຳທີ່ກ່ຽວຂ້ອງກັບວຽກງານ ການສຶກສາກ່ອນໄວຮຽນ, ການສ້າງແຜນການສອນປະຈຳອາທິດ, ປະຈຳເດືອນ, ແລະ ປະຈຳປີ, ການແຕ່ງບົດສອນ, ການສອນສາທິດ ແລະ ນຳເອົາບົດຮຽນທີ່ຝຶກອົບຮົມ ໄປຈັດຕັ້ງປະຕິບັດໃນສະຖານການສຶກສາ ໃຫ້ມີຄຸນນະພາບເທື່ອລະກ້າວ ພ້ອມທັງປະຕິບັດຕາມແຜນການຂອງໂຄງການສຶກສາກ່ອນໄວຮຽນ, ເປັນການຜັນຂະຫຍາຍແຜນຍຸດທະສາດການສຶກສາແຫ່ງ
ຊາດໃຫ້ປະກົດຜົນເປັນຈິງຕາມ 4 ບາດກ້າວບຸກທະລຸໂຄງການສຶກສາກ່ອນໄວຮຽນເປັນໂຄງການໝື່ງທີ່ສຳຄັນຕໍ່ກັບການພັດທະນາຊັບພະຍາກອນມະນຸດເພື່ອກຽມຄວາມພ້ອມໃຫ້ແກ່ນັກຮຽນທີ່ຈະເຂົ້າຮຽນຊັ້ນປະຖົມປີທີ 1 ເຮັດໃຫ້ອັດຕາຄ້າງຫ້ອງຂອງນັກຮຽນຊັ້ນປະຖົມປີທີ 1 ຫຼຸດລົງ, ອີກຢ່າງທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນຊັ້ນອະນຸບານ ພາກເອກະຊົນທົ່ວນະຄອນຫຼວງວຽງຈັນໄດ້ຮຽນຮູ້ສິ່ງໃໝ່ໆ ນັບມື້ນັບດີຂຶ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຄູ-ອາຈານໃນການສິດສອນຊັ້ອະນຸບານໃຫ້ມີຄວາມເຂັ້ມແຂງເພື່ອເຮັດໃຫ້ຜົນການຮຽນຂອງນັກຮຽນມີຄຸນນະພາບຮັບປະກັນໃນການຮຽນໃຫ້ໄດ້ຕາມລະດັບຄາດໝາຍ, ອີກຢ່າງໝື່ງກໍ່ເພື່ອພັດທະນາຍົກລະດັບຄວາມຮູ້ຂອງຕົນເອງຈາກການແລກປ່ຽນຄວາມຮູ້, ເຕັກນິກ ແລະ ວິທີການສິດສອນເຊິ່ງກັນ ແລະ ກັນຈາກໝູ່ເພື່ອນ, ຈາກຄູຝຶກໃຫ້ຫຼາຍຂື້ນສາມາດນຳເອົາບົດຮຽນໃໝ່ໄປຈັດຕັ້ງປະຕິບັດການສິດສອນໃນໂຮງຮຽນຂອງຕົນໃຫ້ເປັນເອກະພາບກັນໃນທົ່ວນະຄອນຫຼວງວຽງຈັນກໍ່ຄືທົ່ວປະເທດສຳລັບການເຝິກອົບຮົມໃນຄັ້ງນີ້ ໃຊ້ເວລາ ວັນຈິ່ງສຳເລັດ.
       ໃນໂອກາດນີ້, ທ່ານ ສົມພອນ ສອນດາລາ ກໍ່ໄດ້ເນັ້ນໜັກໃຫ້ນັກສຳມະນາກອນທີ່ມາຝຶກອົບໂດຍສະເພາະຄູອະນຸບານ ນີ້ໃຫ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງອັນໃດບໍ່ເຂົ້າໃຈໃຫ້ຖາມ, ເນື້ອໃນບົດຮຽນ, ຫຼັກສູດຕຳລາ, ວິທີ ແລະ ຮູບແບບການສິດສອນຕ່າງໆເພື່ອຖ່າຍທອດຄວາມຮູ້ຄວາມສາມາດ ແລະ ປະສົບການອອກມາເຕັມທີ, ສົ່ຄວາມຮູ້ໃຫ້ໄດ້ຕາມເປົ້າໝາຍຄືນັກຮຽນສາມາດຮູ້ຈັກວິທີການອ່ານ, ວິທີການເວົ້າ, ການຮ້ອງເພັງ, ການເຮັດກິດຈະກຳ ແລະ ເຮັດໃຫ້ເປັນລະບົບຢ່າງຕໍ່ເນື່ອງຈົນສາມາດ ຍາດໄດ້ຄູສອນດີ, ນັກຮຽນເກັ່ງ ແລະ ຄູປະສົບການໃນຕໍ່ໜ້າ, ເອົາໃຈໃສ່ຂໍ້ຄົງຄ້າງຈຸດອ່ອນເພື່ອແກ້ໄຂໃຫ້ມັນດີຂື້ນ, ຊອກຮູ້ຮ່ຳຮຽນ, ເກັບກ່ຽວເອົາຄວາມຮູ້ຈຸດສຳຄັນ, ຄວາມສາມາດ, ເຕັກນິກ, ຮູບແບບໃນການສິດສອນ ແລະ ບົດຮຽນໃໝ່ໆຈາກຄູຝຶກ ແລະ ໝູ່ເພື່ອນເພື່ອໄປຝັນຂະຫຍາຍຢູ່ໃນໂຮງຮຽນຂອງຕົນເອງທີ່ຮັບຜິດຊອບໃຫ້ເກີດດອກອອກຜົນເປັນຈິງເທື່ອລະກ້າວ.