ພິທີສະຫຼຸບຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ແລະ ໃບປະກາດແດງ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2023-2024 ໄດ້ຈັດຂື້ນໃນວັນທີ 14 ສິງຫາ ຜ່ານມາ ທີ່ສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີທ່ານຮອງຫົວໜ້າກົມ ຈາກກະຊວງສຶກສາທິການ ແລະ ກິລາ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ປະທານສະມາຄົມ ພໍ່ແມ່ນັກຮຽນ,ພະນັກງານວິຊາການ, ຄູອາຈານ, ນ້ອງນັກຮຽນຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ທົ່ວນະຄອນຫຼວງວຽງຈັນມີນັກຮຽນ ມ7 ມີໜ້າສອບເສັງຕົວຈິງທັງໝົດ 9.365 ນ້ອງ, ຍິງ 4.847 ນ້ອງ, ຂາດສອບເສັງ 13 ນ້ອງ, ມີໜ້າສອບເສັງຕົວຈິງທັງໝົດ 9.352, ຍິງ 4.833 ນ້ອງ ສາມາດສອບເສັງໄດ້ທັງໝົດ 9.350 ນ້ອງ, ຍິງ 4.833 ນ້ອງ ເທົ່າກັບ 99.98 %, ມີນັກຮຽນສາມາດຍາດໄດ້ ຄະແນນສະເລ່ຍທຸກວິຊາ 7 ຂື້ນໄປ ຈຳນວນ 3.474 ນ້ອງ, ຍິງ 2.161 ຄົນ ເທົ່າກັບ 37,15% ລື່ນຈາກສົກຮຽນ 2022-2023 ຜ່ານມາ ຈຳນວນ 635 ນ້ອງ, ນັກຮຽນສາມາດຍາດໄດ້ຄະແນນສະເລ່ຍທຸກວິຊາ 9 ຂື້ນໄປ ຈຳນວນ 60 ນ້ອງ, ຍິງ 49 ນ້ອງ ເທົ່າກັບ 0.64 % ລື່ນຈາກສົກຮຽນ 2022-2023 ຜ່ານມາ ຈຳນວນ 7 ນ້ອງ, ນັກຮຽນເກັ່ງລະດັບຊາດ ສົ່ງເຂົ້າສອບເສັງ ຈຳນວນ 8 ນ້ອງ ແລະ ສາມາດ ຍາດມາໄດ້ອັນດັບ 1 ຈຳນວນ 6 ນ້ອງ, ອັນດັບ 2 ຈຳນວນ 1 ນ້ອງ ແລະ ອັບດັບຊົມເຊີຍ ຈຳນວນ 1 ນ້ອງ, ນອກຈາກນັ້ນ ພວກເຮົາຍັງສາມາດຍາດໄດ້ຄູປະສົບການ ຈຳນວນ 1 ທ່ານ, ຍິງ 1 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງການນຳ ກະຊວງສຶກສາທິການ ແລະ ກິລາ , ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບການສອບເສັງ, ອຳນາດການປົກຄອງ, ອົງການຈັດຕັ້ງຕ່າງໆ ຕະຫຼອດເຖິງຜູ້ປົກຄອງນັກຮຽນທີ່ໄດ້ໃຫ້ການສະໜັບສະໝູນຊ່ວຍເຫຼືອພວກເຮົາຕະຫຼອດມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍທ່ານຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ-ອາຈານຕະຫຼອດເຖິງນ້ອງນັກຮຽນທຸກຄົນທີ່ໄດ້ຕັດສິນໃຈໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ສາມາດຍາດໄດ້ໃບປະກາດແດງເພີ່ມຂື້ນ ອັນເຮັດໃຫ້ການນຳ, ຜູ້ບໍລິຫານການສຶກສາ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ມີຄວາມພາກພູມໃຈ.
ໃນຕອນທ້າຍ ທ່ານກໍ່ໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ຄູອາຈານ, ແລະ ມອບໃບປະກາສະນິຍະບັດແດງ, ໃບຍ້ອງຍໍໃຫ້ພະນັກງານ, ຄູອາຈານ, ໂຮງຮຽນດີເດັ່ນ ແລະ ນັກຮຽນທີ່ໄດ້ໃບປະກາດແດງ, ຄະແນນ 7 ຂື້ນໄປ.